1. ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຫຼື ປະເທດລາວ
ສາມາລະນະລັດປະຊາທິປະໄຕປະຊາຊົນລາວ ມີລະບົບການປົກຄອງແບບສັງຄົມນິຍົມຄອມມູນິດ ເຊິງທາງການລາວໃຊ້ວ່າ ລະບົບປະຊາທິປະໄຕປະຊາຊົນ ໂດຍມີພັກປະຊົນປະຕິລາວເປັນອົງກອນຊີ້ນໍຳປະເທດຊາດ ຜູ້ນຳສູງສຸດຂອງປະເທດວ່າ “ປະທານປະເທດ”ທຽບເທົ່າກັບຕຳແໜ່ງປາທານາທິບໍດີ ເຊິງປະທານປະເທດປັດຈຸບັນ ຄື :![](pictures/Bon.jpg)
ທ່ານ ບຸນຍັງ ວໍລະຈິດ ເກີດເມື່ອ 15 ສິງຫາ 1938 ດຳລົງຕຳແຫນ່ງເປັນ ເລຂານຸການພັກປະຊາຊົນປະຕິວັດລາວ ອະດີດຮອງປະທານປະເທດ ແຫ່ງ ສປປ ລາວ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ເຄີຍດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ສປປ ລາວ ເມື່ອ ຄ ສ 1996-2001 ໄດ້ຮັບການຄັດເລືອກຈາກສະພາແຫ່ງຊາດໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ເມື່ອ 2002-2006 ແລະ ຜູ້ປະຈຳການກົມການເມືອງສູນກາງພັກ ໃນຄະນະ ເລຂານຸການທິການສູນກາງພັກ ສະໄໝ ທີ 9 (2002-2016).
![](pictures/thong.jpg)
ນາຍົກລັດຖະມັນຕີ : ທ່ານ ທອງລຸນ ສິສຸລິດ ເກີດເມື່ອວັນທີ 10 ພະຈິກ 1945 ດຳລົງຕຳແໜ່ງ ເປັນນາຍຍົກລັດຖະມົນຕີຂອງປະເທດລາວ
2.ລາຊາອານາຈັກກຳປູເຈຍ
ພຣະມາຫາກະຊັດ ພຣະສົມເດັດພຣະລົມມະມາດ ນະໂຮດົມສີໜຸນີ
![](pictures/kcm.jpg)
ປະເທດກຳປູເຈຍ ປົກຄອງດ້ວຍລະບອບລາຊາທິປະໄຕ ພາຍໃຕ້ລັກຖະທຳມະມູນ ມີພຣະມາຫາກະຊັດ ຄື ພຣະບາດສົມເດັດ ພຣະຮົມມະນາດ ນະໂຮດົມ ສີໜຸນີ ມີພຣະຊົນອາຍຸ 59 ພັນສາ ຂື້ນຄອງລາດ ເມື່ອວັນທີ 14 ຕຸລາຍ 2004 ໂດຍມັດຕິເປັນເອກະສັນຂອງຄະນະທີ່ປຶກສາລາບັນລັງ ພາຍຫລັງການປະກາດ ບາສະບັນລັງຂອງສົມເດັດພຣະນະໂຮດົມ ສີໜຸ ພຣະລາຊາບິດາ ອັນເນື່ອງຈາກບັນຫາທາງສຸຂະພາບ
![](pictures/hcm.jpg)
ນາຍົກລັດຖະມົນຕີ: ສົມເດັດອັດຮົມມະຫາເສນາບດີເດໂຊ ຮຸນເຊັນ
ຮຸນເຊັນ ຫຼື ສົມເດັດອັດຮົມຫາເສນາບດີເດໂຊ ຮຸນ ເຊັນ ປັດຈຸບັນອາຍຸ 61 ປີ ເຂົ້າດຳລົງຕຳແໜ່ງນາຍົກລັດຖະມົນຕີກຳປູເຈຍ ຕັ້ງແຕ່ອາຍຸ 33 ປີ ໃນຍຸດສາທາລະນະລັດປະຊາຊົນກຳປູເຈຍ ນັບເປັນນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດຂອງກຳປູເຈຍ ໄດ້ຮັບພຣະລາຊາທານບັນດາສັກ ຈາກພະບາດສົມເດັດອັດຮົມມະຫາເສນາບໍດິເດໂຊ ຮຸນເຊັນ ເມື່ອ ຄ ສ 1993
3. ສາທາລະນະລັດສັງຄົມນິຍົມຫວຽດນາມ
ປະທານປະເທດ: ທ່ານ ເຈີ່ນ ໄຕ່ ກວາງ
ປະເທດຫວຽດມານ ມີການປົກຄອງໃນຮູບແບບຄອມມູນິດ ມີປະທານປະເທດ ເປັນຜູ້ນຳສູງສຸດຂອງປະເທດ ໂດນປະທານປະເທດຄົນປັດຈຸບັນຄື: ທ່ານ ເຈີ່ນ ໄຕ່ ກວາງ ອະດີດລັດຖະມົນຕີກະຊວງຄວາມໝັ້ນຄົງ ໄດ້ຮັບການເລືອກໃຫ້ເປັນ ປະທານປະເທດເມື່ອວັນທີ 2 ເມສາ ຄ ສ 2016>
![](pictures/pvn.jpg)
ນາຍົກລັດຖະມົນຕີ : ທ່ານ ຫງຽງນ ຊວນ ຟຸກ ເປັນນາຍົກລັດຖະມົນຕີຄົນທີ 8 ແລະ ຄົນປັດຈຸບັນ ດຳລົງຕຳແໜ່ງ ຕັ້ງແຕ່ 7 ເມສາ ຄສ 2016 ຕໍ່ຈາກ ທ່ານ ຫງຽນ ເຕີ້ນ ສຸງ ນອກຈາກນີ້ເຂົາຍັງເຄີຍດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ປະຈຳທຳນຽບລັດຖະບານ
![](pictures/tvn.jpg)
4. ລາຊາອານາຈັກໄທ
ສົມເດັດປະເຈົ້າຢູ່ຫົວຫາວຊິຣາລົງກອນບໍດິນພຣະເທບພະຍະວາຣາງກຸນ
ປະເທດໄທມີຮູບແບບລັດເປັນລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ແລະ ໃຊການປົກຄອງລະບອບປະຊາທິປະໄຕແບບລັດ ຫຼື ລັດຖະທຳມະນູນແຫ່ງຊາດຣາຊາອານາຈັກໄທ ເອີ້ນວ່າ ລະບອບປະຊາທິປະໄຕອັນມີພຣະມະຫາກະຊັດເປັນປະມຸກ ຜູ້ຄອງລາດປັດຈຸບັນກໍຄື: ສົມເດັດປະເຈົ້າຢູ່ຫົວຫາວຊິຣາລົງກອນບໍດິນພຣະເທບພະຍະວາຣາງກຸນ ເປັນພຮະມະຫາກະຊັດ ໄທ ລັດຊະການທີ 10 ແຫ່ງຣາຊວງຈັກກີ ຂື້ນຄອງລາດເມື່ອວັນທີ 13 ຕຸລາ 2016
![](pictures/kth.jpg)
ນາຍົກລັດຖະມົນຕີ: ປະຍຸດ ຈັນໂອຊາ ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນທີ 29 ຂອງປະເທດໄທ,ເປັນຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດ ຫຼື ຄສຊ ,ຜຸ້ອຳນວຍການຮັກສາຄວາມໝັ້ນຄົງພາຍໃນຣາຊາອານາຈັກໄທ ແລະ ປະທານສະພາຄວາມໝັ້ນຄົງແຫ່ງຊາດ
![](pictures/tth.jpg)
5. ສາທາລະນະລັດອິນໂດເນເຊຍ
ປະທານປະເທດ ຫຼື ປະທານາທິບໍດີ: ທ່ານ ໂຈໂກ ວີໂດໂດ
ປະເທດອິນໂດເນເຊີຍປົກຄອງໂດຍລະບອບປາຊາທິປະໄຕ ລະບົບປະທານາທິບໍດີ ປັດຈຸບັນຄື ທ່ານ ໂຈໂກ ວີໂດໂດ ເປັນປາທານາທິບໍດີຄົນທີ 7 ແລະ ຄົນປັດຈຸບັນຂອງປະເທດອິນໂດເນເຊຍເຄີຍດຳລົງຕຳແໜ່ງນາຍົກເທດສະມົນຕີກຸງຈາກາຕ້າ ກ່ອນລົງສະມັກຊິງຕຳແຫນ່ງປະທານາທິບໍດີ ໃນປີ 2014 ສັງກັດພັດປະຊາທິປະໄຕອິນໂດເນເຊຍ-ຕໍ່ສູ້ ໂດຍຮັບການເລືອກຕັ້ງເມື່ອວັນທີ 3 ກໍລະກົດ 2014 ແລະ ເຂົ້າຮັບສາບານຕົນຮັບຕຳແໜ່ງໃນວັນທີ 20 ຕຸລາ ໃນປີດຽວກັນ
![](pictures/tin.jpg)
6. ປະເທດມາເລເຊຍ
ສົມເດັດພຣະຣາຊາທິບດີມູທຳມັດ ທີ 5 ແຫ່ງກັນຕັນ
ປະເທດມາເລເຊຍປົກຄອງດ້ວຍລະບອບປະຊາທິປະໄຕແບບລັດທະສະພາ ຮູບແບບຄ້າຍກັບປະເທດອັງກິດ ແລະ ສະຫາລັດອາລັບເອເມນິເຣດ ໂດຍ ປະມຸກແຫ່ງລັດມີຕຳແຫ່ງເປັນ ສົມເດັດພຣະຣາຊາທິບດີມູທຳມັດ ເປັນພຣະອົງ ທີ 15 ແລະ ພຣະອົງປັດຈຸບັນຂອງເມເລເຊຍ ແລະ ສຸດຕ່ານແຫ່ງລັດກຣັນຕັນ ພຣະອົງໄດ້ຮັບການຣາຊາທິເບດເປັນຕ່ານແຫ່ງ ກຣັນຕັນເມື່ອວັນທີ 13 ກັນຍາ ຄ ສ 2010 ສືບຣາຊາບັນລັງ ຈາກສົມເດັດພຣະຣາຊາບິດາຂອງພຣະອົງ ສຸຕ່ານອິສະມາອິດເປຣາແຫ່ງກຣັນຕັນ ຜູ້ເຊິງຖືວ່າໄລ້ຄວາມເຈັບປ່ວຍ ພຣະອົງໄດ້ຮັບການປະກາດໃຫ້ເປັນຍັງເປີຕວນອາກົງ (ປະມຸກແຫ່ງລັດມາເລເຊຍ) ເມື່ອວັນທີ 13 ທັນວາ 2016
ນາຍົກລັດຖະມົນຕີ: ທ່ານ ນາຈິບ ຣາຊະ
ດາໂຕ໊ະຊຣີ ທັດຍີ ໂມທຳມັດ ນາຈິບ ບິນ ຕົນ ທັດຍີ ອັບດຸ ຣາຊະ ຫຼື ທ່ານ ນາຈິບ ຣາຊະ ເປັນນາຍົກລັດຖະມົນຕີຄົນປັດຈຸບັນຂອງປະເທດມາເລເຊຍ ເປັນຄົນທີ 6 ຂອງປະເທດມາເລເຊຍ ມີອາຍຸ 59 ປີ ເກີດໃນຄອບຄົບນັກການເມືອງ ເຄີຍດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ສັງກັດພັກອຳໂມ
![](pictures/tmala.jpg)
7. ສາທາລະນະລັດແຫ່ງສະຫະພາບມຽນມາ
ປະທານປະເທດຄື: ປະທານາທິບໍດີ ທີມຈໍ
ສາທາລະນະລັດແຫ່ງສະຫະພາບມຽນມາ ປົກຄອງປະເທດດ້ວຍລະບົບປະທານາທິບໍດີ ປັດຈຸບັນຄື ປະທານາທິບໍດີ ທີມຈໍ ເກີດວັນທີ 20 ກໍລະກົດ 1946 ເປັນນັກຂຽນ ແລະ ນັກວິຊາການຊາວມຽນມາ ຜູ້ດຳລົງຕຳແຫນ່ງ ປະທານາທິບໍດີ ແຫ່ງສາທາລະນະລັດແຫ່ງສະຫະພາບມຽນມາ ຄົນທີ 9 ຫລັງຈາກໄດ້ດຳລົງຕຳແໜ່ງຢ່າງເປັນທາງການໃນວັນທີ 30 ມີນາ 2016
![](pictures/bmy.jpg)
8. ສາທານະລັດຟິລິປິນ
ປະທານປະເທດ: ປະທານາທິບໍດີ ໂລດຣີໂກດູແຕຣ໌ເຕ
ປະເທດຟິລິນປິນເຄີຍເປັນເມືອງຂື້ນຂອງສະຫາລັດອາເມລິກາ ຈຶງຮັບເອົາການປົກຄອງລະບອບປະຊາທິປະໄຕຕາມແບບສະຫາລັດອາເມລິກາ ມາໃຊ້ບໍລິຫານປະເທດ ໂດຍມີ ທ່ານ ປະທານາທິບໍດີ ໂລດຣີໂກດູແຕຣ໌ເຕ ເປັນປະມຸກ ດຳລົງຕຳແໜ່ງເປັນ ປະທານາທິບໍດີຟິລິປິນ ຄົນທີ 16 ເຂົາຖືວ່າເປັນປະທານາທິບໍດີຄົນທຳອິດທີ່ມາຈາກເກາະ ມິນດາເນົາ ເຊີງທີ່ນັ້ນເຂົາເຄີຍດຳລົງຕຳແໜ່ງເປັນນາຍົກເທດສະບານເມືອງ ດາເວົາ ເຖິງກວ່າ 22 ປີ ໃນຄະນະທີ ເປັນາຍົກລັດຖະມົນຕີເມືອງດາເວົານັ້ນເຂົາໃຊ້ນະໂຍບາຍຊັ້ນຮຸນແຮງໃນການປາບປາມອາດສະຍາກອນເມືອງດາເວົາກາຍເປັນເມືອງທີ່ມີອັດຕາອາດສະຍາກອນຕ່ຳ ທີ່ສຸດໃນຟິລິປິນ ແລະ ຕົວເຂົາໄດ້ຮັບສາຍາວ່າ ຜູ້ລົງທັນ .
![](pictures/tp.jpg)
9. ສາທາລະນະລັດສິງກະໂປ
ປະທານາທິບໍດີ: ຮາລີມະຮ໌ ຍາກົບ
ປະເທດສິງກະໂປ ປົກຄອງໃນລະບອບສາທາລະນະລັດປະຊາທິປະໄຕ ມີປະທານາທິບໍດີເປັນປະມຸກ ປະທານາທິບໍດີຄົນປັດຈຸບັນຄື ປະທານາທິບໍດີ: ຮາລີມະຮ໌ ຍາຄອບ ເກີດເມື່ອວັນທີ 23 ສິງຫາ 1954 ເປັນປະທານາທິບໍດີຄົນທີ 8 ແລະ ຄົນປັດຈຸບັນຂອງປະເທດສິງກະໂປ ເລີ່ກກຳລົງຕຳແໜ່ງວັນທີ 14 ກັນຍາ 2016
![](pictures/bs.jpg)
ນາຍົກລັດຖະມົນຕີ: ທ່ານ ລິຊຽນລຸງ ເປັນນາຍົກລັດຖະມົນຕີຄົນທີ 3 ຂອງປະເທດສິງກະໂປ ເກີດເມື່ອວັນທີ10 ກຸມພາ 1952 ເລີ່ມດໍາລົງຕໍຳແໜ່ງວັນທີ 12 ສິງຫາ 2004
![](pictures/bs1.jpg)
10. ເນກາຣາບຣູໄນດາຣຸສຊາລາມ ຫຼື ປະເທດບຣູໄນ
ສົມເດັດພະລາຊາທິບໍດີ ຫັດສານັນ ໂບເກຍ ມູອິຄໍຂັດດິນ ວັດເດົາເລາະ
ປະເທດບຣູໄນປົກຄອງດ້ວຍລະບອບສົມບູນຣະຍານາສິດທິລາດກຳນົດໃຫ້ສຸນຕ່ານຊົງເປັນອັດທິປັດ ຄືເປັນທັງປະມຸກ,ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງກະລາໂຫມ ຄົນປັດຈຸບັນກໍ່ຄື: ສົມເດັດພະລາຊາທິບໍດີ ຫັດສານັນ ໂບເກຍ ມູອິຄໍຂັດດິນ ວັດເດົາເລາະ ເປັນພຣະອົງທີ 28 ແຫ່ງບຣູໄນ ມີອາຍຸ 66 ປີ ຂື້ນຄອງລາດວັນທີ 5 ຕຸລາ 1967 ດຳລົງຕຳແໜ່ງເປັນ ພຣະປະມຸກແຫ່ງລັດ ນາຍົກລັດຖະມົນຕີ ລັດຖະມົນຕີວ່າການກາລາໂຫມ ລັດຖະມົນຕີວ່າການກະຊວງການຄັງ ແລະ ຜູ້ນຳທາງສາສາໜາອິສະລາມແຫ່ງເນຣາບຣູໄນດາຣຸຊຊາລາມ
![](pictures/tb.jpg)
ຂໍຂອບໃຈ ຂໍ້ມູນຈາກ website: https://th.wikipedia.org